ທິບພະຍະປະກັນໄພ ສປປ ລາວ ຢຽມຢາມເບິ່ງ ລະບົບການເຮັດວຽກ ແບບເທັກໂນໂລຍີ ທີ່ປະເທດໄທ

ດຣ.ສົມພອນ ສືບທະວີກຸນ ກຳມະການຜູ້ຈັດການໃຫຍ່ ພ້ອມຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ທິບພະຍະປະກັນໄພ ຈຳກັດ (ມະຫາຊົນ) ປະເທດໄທ ໃຫ້ການຕ້ອນຮັບ ຄະນະບໍລິຫານ ແລະ ພະນັກງານ ບໍລິສັດ ທິບພະຍະປະກັນໄພ ຈຳກັດ(ສປປ ລາວ) ນໍາພາໂດຍ ທ່ານ ພະສິນ ພຮຶດພົງ ກໍາມະການຜູ້ຈັດການ ພ້ອມຄະນະບໍລິຫານ ແລະ ພະນັກງານ ບໍລິສັດ ທິບພະຍະປະກັນໄພ ຈຳກັດ (ສປປ ລາວ) ທີ່ໄປຢຽມຢາມ ລະບົບ ແລະ ການຈັດການຕ່າງໆ ແບບລະບົບ ດີຈີຕ້ອນ ແລະ ບໍລິການທີ່ມີຄວາມທັນສະໄໝ ຜ່ານເຄືອຄ່າຍອິນເຕີເນັດ ແລະ ສະມາດໂຟນເຊັ່ນ: ລະບົບໄອທີ ລະບົບຄໍເຊັນເຕີ ພ້ອມແລກປ່ຽນຄວາມຄິດເຫັນ ຄວາມຮູ້ ແລະ ວັດທະນາທຳ ເພື່ອທິບພະຍະປະກັນໄພ (ສປປ ລາວ) ໄດ້ນຳເທັກໂນໂລຊີດີຈີຕໍ ຄວາມຮູ້ຕ່າງໆ ໄປປະຍຸກໃຊ້ງານໃຫ້ເຂົ້າກັບ ວັດທະນະທໍາ ແລະ ຄວາມຕ້ອງການຂອງກຸ່ມລູກຄ້າໃນປະເທດລາວ ເພີ່ມຄວາມສະດວກ ວ່ອງໄວໃນການບໍລິການ ແລະ ເກີດປະສິດທິພາບສູງສຸດເພື່ອສ້າງຄວາມເພຶ່ງພໍໃຈໃຫ້ກັບລູກຄ້າຕໍ່ໄປ.

Back