ບໍລິສັດ ທິບພະຍະປະກັນໄພ ຈຳກັດ ອຸປະຖຳການຈັດທຳປື້ມຄູ່ມືໂຄສະນາລະບຽບການສັນຈອນ

ໃນຕອນເຊົ້າຂອງ ວັນທີ 27/08/2019 ເວລາ 10:00 ໂມງ ຄະນະຜູ້ບໍລິຫານຂັບເຄື່ອນທຸລະກິດ ບໍລິສັດ ທິບພະຍະປະກັນໄພ ຈໍາກັດ ນຳໂດຍ 1. ປະທານຂັບເຄື່ອນທຸລະກິດ ທ່ານ ສະຫຍາມ ຣາມະສູດ. 2. ຜູ້ອຳນວຍການໃຫຍ່ ທ່ານ ຫໍລະດີ ວໍລະຣາດ. 3. ຜູ້ຈັດການຝ່າຍການຕະຫລາດ ທ່ານ ສັກດີພັດ ຣາມະສູດ. ໄດ້ເຂົ້າມອບເງີນອຸປະຖຳໃນການຈັດທຳປື້ມຄູ່ມືໂຄສະນາລະບຽບການສັນຈອນ ໃຫ້ກົມຕຳຫລວດຈາລະຈອນ ກົມໃຫຍ່ຕຳຫລວດນະຄອນຫຼວງວຽງຈັນ ລວມມູນຄ່າທັງຫມົດ 10,000,000 ກີບ. ມອບຮັບໂດຍ ທ່ານ ພອ ກົງສີ ສຸວັນນະຕຸ້ມ ຫົວຫນ້າກົມຈາລະຈອນ ນະຄອນຫຼວງ

Back