ປະກັນໄພໂຄວິດ-19

Covid-19

ຜູ້ເອົາປະກັນໄພຕ້ອງມີອາຍຸລະຫວ່າງ 1-99 ປີ (ຄສ ປະຈຸບັນ ລົບດ້ວຍ ຄສ ເກີດ) ໃນວັນທີເຮັດປະກັນໄພ ສັນຍາປະກັນໄພນີ້ແມ່ນໃຫ້ການຄຸ້ມຄອງພາວະແຊກຊ້ອນ ຫຼື ຜົນຂ້າງຄຽງຈາກການສັກຢາວັກຊິນເພື່ອປ້ອງກັນພະຍາດໄວຣັສໂຄໂຣນາ 2019(COVID-19) ເປັນໄລຍະເວລາ 90 ມື້ ນັບຈາກມື້ໄດ້ຮັບການສັກຢາວັກຊິນໂດຍຕ້ອງແມ່ນວັກຊິນທີ່ໄດ້ຮັບການຮັບຮອງ ຫຼື ການອະນຸມັດຈາກສໍານັກງານຄະນະກໍາມະການອາຫານ ແລະ ຢາ ( Food and Drug Adnimistration : FDA) ແລະ ປະຕິບັດໂດຍແພດໝໍ ຫຼື ພະຍາບານທີ່ໂຮງໝໍ ຫຼື ສະຖານພະຍາບານໂຮງໝໍ ຜູ້ເອົາປະກັນໄພ 1 ຄົນຕໍ່ 1 ສັນຍາການເຈັບປ່ວຍດ້ວຍພາວະໂຄມາ(Coma) ອັນເນື່ອງມາຈາກພາວະແຊກຊ້ອນ ຫຼື ຜົນຂ້າງຄຽງຈາກການສັກຢາວັກຊິນເພື່ອປ້ອງກັນພະຍາດເຊື້ອໄວຣັສໂຄໂຣນາ2019 (COVID-19) ທີ່ແພດໃຫ້ຄຳເຫັນວ່າບໍ່ມີວິທີການປິ່ນປົວໃຫ້ຫາຍຂາດໄດ້ ແລะ/ຫຼື ເປັນສາເຫດເຮັດໃຫ້ເສຍຊີວິດໂດຍມີສາເຫດຫຼັກມາຈາກການສັກວັກຊິນບໍ່ຄຸ້ມຄອງພາວະແຊກຊ້ອນ ຫຼື ຜົນຂ້າງຄຽງຈາກການສັກຢາວັກຊິນເພື່ອປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 (COVID-19) ກ່ອນວັນທີສັນຍາປະກັນໄພນີ້ມີຜົນບັງຄັບເປັນຄັ້ງທໍາອິດ ຜົນປະໂຫຍດ ແລະ ຄວາມຄຸ້ມຄອງເປັນໄປຕາມຂໍ້ກໍານົດ ແລະ ເງື່ອນໄຂສັນຍາປະກັນໄພຄຸ້ມຄອງການຕິດເຊື້ອໄວຣັສໂຄໂຣນາ  2019 (COVID-19)  ຜູ້ຊື້ຄວນສຶກສາລາຍລະອຽດ ແລະ ເງື່ອນໄຂຄວາມຄຸ້ມຄອງກ່ອນຕັດສິນໃຈເຮັດປະກັນໄພທຸກຄັ້ງ.

Back